ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ລັດທິມາກ-ເລນິນ (ລະນຶກເຖິງວັນເກີດຂອງ ທ່ານ ເລນິນ ຄົບຮອບ 153 ປີ (22 ເມສາ 1870-22 ເມສາ 2023)
ລັດທິມາກ-ເລນິນ ປະກອບດ້ວຍ 3 ພາກສ່ວນ ຊຶ່ງແຕ່ລະພາກສ່ວນມີເນື້ອໃນຕົ້ນຕໍ ດັ່ງນີ້:
1. ປັດຊະຍາມາກ-ເລນິນ.
+ ປັດຊະຍາມາກ-ເລນິນ ແມ່ນປັດຊະຍາວັດຖຸນິຍົມ ຊຶ່ງກົງກັນຂ້າມກັບປັດຊະຍາຈິດຕະນິຍົມຢ່າງສິ້ນເຊີງ, ໃນນັ້ນ ປັດຊະຍາມາກ-ເລນິນ ໄດ້ຢັ້ງຢືນວ່າ: ວັດຖຸເກີດກ່ອນຈິດໃຈ ແລະ ຄົນເຮົາສາມາດຮັບຮູ້ ແລະ ດັດສ້າງໂລກໄດ້.
+ ປັດຊະຍາມາກ-ເລນິນ ຢັ້ງຢືນວ່າ: ວັດຖຸມີບົດບາດຕັດສິນຈິດໃຈ (ເງື່ອນໄຂດຳລົງຊີວິດຂອງຄົນຕັດສິນຈິດໃຈ ຫຼື ສະຕິຂອງຄົນ) ແຕ່ເມື່ອຄົນເກີດມີຈິດໃຈ (ສະຕິ) ແລ້ວ, ສະຕິພັດມີບົດບາດກະທົບຄືນຕໍ່ວັດຖຸທັງໃນດ້ານຕັ້ງໜ້າ ແລະ ດ້ານຫຍໍ້ທໍ້.
ສັງລວມແລ້ວບົດບາດຂອງວັດຖຸພາໃຫ້ເກີດມີສະຕິ, ບົດບາດສະຕິພາໃຫ້ຄົນຮັບຮູ້ໂລກ ແລະ ດັດສ້າງໂລກໄດ້. ບົດບາດສະຕິເນື້ອແທ້ແມ່ນບົດບາດຂອງຄົນ.
+ ປັດຊະຍາມາກ-ເລນິນ ປະກອບດ້ວຍ 2 ພາກສ່ວນຄື: ລັດທິວັດຖຸນິຍົມສັດຈະວິພາກ ແລະ ລັດທິວັດຖຸນິຍົມປະຫວັດວິພາກ.
– ລັດທິວັດຖຸນິຍົມສັດຈະວິພາກ: ແມ່ນທິດສະດີອະທິບາຍໂລກ ໂດຍສະເພາະແມ່ນການລົງເລິກຄົ້ນຄວ້າອະທິບາຍກົດເກນລວມແຫ່ງການກຳເນີດ, ຄົງຕົວ ແລະ ຂະຫຍາຍຕົວຂອງວັດຖຸ ແລະ ຈິດໃຈ (ທຳມະຊາດ ແລະ ຈິນຕະນາການ).
ລັດທິວັດຖຸນິຍົມສັດຈະວິພາກກັບວິທີວັດຖຸນິຍົມສັດຈະວິພາກແມ່ນ 2 ດ້ານທີ່ເປັນເອກະພາບກັນຂອງປັດຊະຍາມາກ-ເລນິນ. ໃນນັ້ນ, ວິທີວັດຖຸນິຍົມສັດຈະວິພາກແມ່ນທິດສະດີກ່ຽວກັບວິທີວິທະຍາໃນການເບິ່ງບັນຫາ, ແກ້ໄຂບັນຫາຕ່າງໆຂອງໂລກຢ່າງຖືກຕ້ອງ, ສົມເຫດ, ສົມຜົນ. ວິທີນີ້ເບິ່ງສິ່ງວັດຖຸ ແລະ ປະກົດການຕ່າງໆ ຢູ່ໃນສາຍກ່ຽວພັນ, ເຄື່ອນເໜັງ ແລະ ຢູ່ໃນທ່າຂະຫຍາຍຕົວ.
ວິທີວັດຖຸນິຍົມສັດຈະວິພາກຖືວ່າ ສິ່ງວັດຖຸ ແລະ ປະກົດການລ້ວນແຕ່ມີຄວາມເປັນເອກະພາບກັນໃນລັກສະນະວັດຖຸ; ລ້ວນແຕ່ມີສາຍກ່ຽວພັນແບບກາຍອິນຊີ ແລະ ມີການກະທົບ ຊຶ່ງກັນ ແລະ ກັນ ພາໃຫ້ວັດຖຸມີການເຄື່ອນເໜັງ, ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
ວິທີວັດຖຸນິຍົມສັດຈະວິພາກຢັ້ງຢືນວ່າ: ທຸກສິ່ງວັດຖຸ ແລະ ປະກົດການລ້ວນແຕ່ມີຂໍ້ຂັດແຍ່ງ ຫຼື ບັນດາດ້ານທີ່ກົງກັນຂ້າມ ບັນດາດ້ານທີ່ກົງກັນຂ້າມຢູ່ໃນສິ່ງວັດຖຸມີທັງຄວາມເປັນເອກະພາບກັນມີທັງການຕໍ່ສູ້ ແລະ ຈາກການຕໍ່ສູ້ຂອງບັນດາດ້ານກົງກັນຂ້າມນັ້ນ ເຮັດໃຫ້ວັດຖຸມີການປ່ຽນແປງຈາກປະລິມານໄປສູ່ຄຸນນະພາບໃໝ່. ອັນໃໝ່ເກີດຂຶ້ນບົນພື້ນຖານການປະຕິເສດອັນເກົ່າ, ແຕ່ການປະຕິເສດແບບວັດຖຸນິຍົມສັດຈະວິພາກນັ້ນ ບໍ່ແມ່ນການປະຕິເສດອັນເກົ່າຢ່າງສິ້ນເຊີງແຕ່ຫາກຍັງຮັກສາສິ່ງທີ່ຕັ້ງໜ້າຂອງອັນເກົ່າໄວ້. ວິທີວັດຖຸນິຍົມຍັງຊີ້ໃຫ້ເຫັນວ່າວັດຖຸມີການເຄື່ອນເໜັງ ແລະຂະຫຍາຍຕົວໄປຕາມກົດເກນ ແລະ ຄູ່ມາດຕະເກນຂອງມັນ.
– ລັດທິວັດຖຸນິຍົມປະຫວັດວິພາກ: ແມ່ນທິດສະດີວິທະຍາສາດກ່ຽວກັບການເບິ່ງສັງຄົມມະນຸດແລະ ປະຫວັດແຫ່ງການກຳເນີດ, ຄົງຕົວ ແລະ ຂະຫຍາຍຕົວຂອງສັງຄົມມະນຸດໃນແຕ່ລະຍຸກສະໄໝ.
ລັດທິວັດຖຸນິຍົມປະຫວັດວິພາກໄດ້ຢັ້ງຢືນວ່າ: ມະນຸດກຳເນີດ ຄົງຕົວ ແລະ ຂະຫຍາຍຕົວຍ້ອນມີການອອກແຮງງານ ແລະ ການອອກແຮງງານຜະລິດວັດຖຸສິ່ງຂອງແມ່ນພື້ນຖານແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງສັງຄົມມະນຸດ.
ລັດທິວັດຖຸນິຍົມປະຫວັດວິພາກໄດ້ຊີ້ໃຫ້ເຫັນວ່າ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການທາງດ້ານວັດຖຸຂອງສັງຄົມນັບມື້ນັບສູງຂຶ້ນນັ້ນ, ການຜະລິດວັດຖຸສິ່ງຂອງຕ້ອງມີແບບວິທີການຜະລິດ. ດັ່ງນັ້ນ, ແບບວິທີການຜະລິດຈຶ່ງແມ່ນປັດໄຈຕັດສິນການຂະຫຍາຍຕົວຂອງສັງຄົມມະນຸດ ແລະ ເປັນໄມ້ຫຼາວັດແທກແຕ່ລະຮູບຖານເສດຖະກິດ-ສັງຄົມ ແຕ່ລະລະບອບສັງຄົມມະນຸດ.
ລັດທິວັດຖຸນິຍົມປະຫວັດວິພາກ ຢັ້ງຢືນວ່າ: ກົດເກນການພົວພັນການຜະລິດສອດຄ່ອງກັບລັກສະນະ ແລະ ລະດັບການຂະຫຍາຍຕົວຂອງກຳລັງການຜະລິດແມ່ນກົດເກນລວມທີ່ຄອບງຳທຸກຮູບຖານເສດຖະກິດ-ສັງຄົມ ແລະ ເປັນປັດໄຈຕັດສິນການຂະຫຍາຍຕົວຂອງສັງຄົມມະນຸດ ຈາກສັງຄົມນີ້ໄປສູ່ສັງຄົມອື່ນ.
2. ເສດຖະສາດການເມືອງມາກ-ເລນິນ.
+ ເສດຖະສາດການເມືອງມາກ-ເລນິນ ແມ່ນທິດສະດີວິທະຍາສາດທີ່ຄົ້ນຄວ້າກ່ຽວກັບສາຍກ່ຽວພັນລະຫວ່າງຄົນກັບຄົນໃນຂະບວນວິວັດແຫ່ງການຜະລິດ, ການແຈກຢາຍ ແລະ ການຊົມໃຊ້ຜົນຜະລິດໃນສັງຄົມ.
+ ເສດຖະສາດການເມືອງມາກ-ເລນິນ ແມ່ນທິດສະດີວິທະຍາສາດທີ່ຄົ້ນຄວ້າກ່ຽວກັບກົດເກນເສດຖະກິດທີ່ຄົງຕົວ ແລະ ມີຜົນກະທົບຢ່າງພາວະວິໄສຢູ່ໃນສັງຄົມໃດໜຶ່ງເປັນຕົ້ນແມ່ນກົດເກນສອດຄ່ອງລະຫວ່າງການພົວພັນການຜະລິດກັບລັກສະນະ ແລະ ລະດັບການຂະຫຍາຍຕົວຂອງກຳລັງການຜະລິດ.
+ ເສດຖະສາດການເມືອງມາກ-ເລນິນ ແມ່ນວິທະຍາສາດໃນການສ້າງພື້ນຖານເສດຖະກິດຂອງລະບອບສັງຄົມນິຍົມ.
+ ເສດຖະສາດການເມືອງມາກ-ເລນິນ ໄດ້ຊີ້ໃຫ້ເຫັນເຖິງກົດເກນເສດຖະກິດທີ່ຄອບງຳສັງຄົມນາຍທຶນ ນັ້ນແມ່ນກົດເກນການຜະລິດມູນຄ່າສ່ວນເກີນ ແລະ ກົນໄກສ້າງຮັ່ງຄູນມີຂອງພວກນາຍທຶນ ແມ່ນການຂູດຮີດມູນຄ່າສ່ວນເກີນຈາກແຮງງານກຳມະກອນ.
+ ເສດຖະສາດການເມືອງມາກ-ເລນິນ ໄດ້ຢັ້ງຢືນວ່າ: ຊົນຊັ້ນກຳມະກອນມີຄວາມອາດສາມາດໂຄ່ນລົ້ມຊົນຊັ້ນນາຍທຶນຂູດຮີດ ແລະ ຕີລາຄາວ່າການປະຕິວັດກຳມະຊີບຈະໄດ້ຮັບໄຊຊະນະຢູ່ບັນດາປະເທດນາຍທຶນຂະຫຍາຍຕົວ.
+ ເສດຖະສາດການເມືອງມາກ-ເລນິນ ໄດ້ຄົ້ນຄວ້າການຂະຫຍາຍຕົວຂອງທຶນນິຍົມສູງສຸດ (ຈັກກະພັດນິຍົມ); ໄດ້ຊີ້ໃຫ້ເຫັນວ່າ ທຶນນິຍົມແຫ່ງລັດແມ່ນປະຕູໄປສູ່ສັງຄົມນິຍົມ ແລະ ຄວາມສາມາດຍາດໄດ້ໄຊຊະນະຂອງການປະຕິວັດກຳມະຊີບຢູ່ປະເທດນາຍທຶນຈຳນວນໜຶ່ງ ຊຶ່ງບໍ່ຈຳເປັນຕ້ອງແມ່ນປະເທດທຶນນິຍົມຂະຫຍາຍຕົວ.
+ ເສດຖະສາດການເມືອງມາກ-ເລນິນ ຢັ້ງຢືນວ່າ: ທາດແທ້ຂອງລະບອບທຶນນິຍົມຍັງແມ່ນການຂູດຮີດແຮງງານສ່ວນເກີນ, ຂໍ້ຂັດແຍ່ງພື້ນຖານຂອງທຶນນິຍົມຍັງບໍ່ທັນໄດ້ຮັບການແກ້ໄຂ, ວິກິດການຮອບດ້ານຂອງທຶນນິຍົມຍັງສະແດງອອກຫຼາຍຮູບການ. ລັດທຶນນິຍົມຜູກຂາດທີ່ປັບຕົວໃຫ້ແທດ ເໝາະກັບວິທະຍາສາດ ແລະ ເຕັກໂນໂລຊີ ແມ່ນໄລຍະທ້າຍຂອງນາຍທຶນ.