ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ຮ່ວມກັບພະແນກການຄ້າ, ແຂວງຢຸນນານຂອງຈີນ ຈັດກອງປະຊຸມແນະນໍາ ແລະ ສົ່ງເສີມການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງແຂວງ ຢຸນນານຂອງຈີນ ແລະ ສປປ ລາວ ໃນວັນທີ 21 ກຸມພານີ້ ທີ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ຫລີ ເຊິນຢາງ, ຫົວໜ້າພະແນກການຄ້າ ແຂວງ ຢູນນານ, ທ່ານ ອຸເດດ ສຸວັນນະວົງ, ປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ນັກທຸລະກິດຈາກລາວ ແລະ ຈີນ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ບັນດາວິສາຫະກິດຂອງ ສປ ຈີນ ຈໍານວນ 31 ພາກສ່ວນ ແລະ ບັນດາວິສາຫະກິດຂອງລາວ ໂດຍສະເພາະສະມາຊິກ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ໄດ້ມີໂອກາດພົບປະແລກປ່ຽນ ແລະ ນໍາສະເໜີກິດຈະການຂອງຕົນ ເພື່ອສ້າງໂອກາດໃຫ້ບັນດາວິສາຫະກິດ ລາວ-ຈີນ ໄດ້ມີການຮ່ວມມືທີ່ດີ ອັນເປັນການສົ່ງເສີມການຮ່ວມມືດ້ານເສດຖະກິດ-ການຄ້າ ລະຫວ່າງສອງຝ່າຍ ກໍຄືການປະຕິບັດບັນດາຂອບການຮ່ວມມືເສດຖະກິດ-ການຄ້າ ແລະ ການລົງທຶນ.
ການສ້າງໂອກາດທີ່ດີດັ່ງກ່າວນັ້ນ, ໄດ້ດຳເນີນພາຍໃນກອງປະຊຸມແນະນໍາ ແລະ ສົ່ງເສີມການຮ່ວມມືດ້ານເສດຖະກິດ-ການຄ້າລະຫວ່າງແຂວງຢຸນນານ ແລະ ສປປ ລາວ ທິີ່ໄດ້ຈັດຂຶ້ນໂດຍ ສຄອຊ ແລະ ພະແນກການຄ້າແຂວງ ຢຸນນານ ສປ ຈີນ ໃນວັນທີ 21 ກຸມພາ ຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ, ທ່ານ ຫຼີ ເສິນຢາງ ຫົວໜ້າພະແນກການຄ້າແຂວງຢຸນນານ ແລະ ທ່ານ ຈ້າວ ເຫວິນ ຢູ ທີ່ປຶກສາທູດເສດຖະກິດ-ການຄ້າ ສະຖານທູດຈີນ ປະຈໍາ ສປປ ລາວ ຊຶ່ງມີທຸກພາກສ່ວນກ່ຽວຂ້ອງຂອງຈີນ ແລະ ລາວ ເຂົ້າຮ່ວມ.
ທ່ານ ຫຼີ ເສິນຢາງ ໄດ້ກ່າວວ່າ: ແຂວງຢຸນນານ ເປັນແຂວງໜຶ່ງທີ່ສໍາຄັນ ມີທີ່ຕັ້ງໃກ້ກັບ ສປປ ລາວ ຊຶ່ງເປັນແຂວງທີ່ບໍ່ຕິດທະເລ ຊຶ່ງແຂວງຢຸນນານ ສປ ຈີນ ກັບ ສປປ ລາວ ຕ້ອງໄດ້ອາໄສຊຶ່ງກັນ ແລະ ກັນ ໃນການພັດທະນາຮ່ວມມກັນ ເພື່ອຄວາມກ້າວໜ້າທາງດ້ານເສດຖະກິດ. ກອງປະຊຸມຄັ້ງນີ້ ມີຄວາມໝາຍສໍາຄັນລະ ຫວ່າງ ສປ ຈີນ ແລະ ສປປ ລາວ ໂດຍສະເພາະໄດ້ສ້າງໂອກາດໃຫ້ບັນດາວິສາ ຫະກິດທີ່ມີຄວາມສາມາດຂອງຈີນ ຈໍານວນ 31 ພາກສ່ວນ ທີ່ດຳເນີນທຸລະກິດ ກ່ຽວກັບການຄ້າລະຫວ່າງປະເທດ, ການລົງທຶນຕ່າງປະເທດ, ການຜະລິດ ແລະ ການປຸງແຕ່ງ, ການກໍ່ສ້າງພື້ນຖານໂຄງລ່າງ, ການບໍລິການ ແລະ ທຸລະກິດອື່ນໆ ໄດ້ແນະນໍາບໍລິສັດ ກໍຄື ສະເໜີການດໍາເນີນກິດຈະການຂອງຕົນ ແລະ ຮັບຟັງການນໍາສະເໜີກິດຈະການຂອງວິສາຫະກິດຂອງລາວ ເພື່ອສ້າງໂອກາດ ໃນການສົ່ງເສີມການຮ່ວມມືດ້ານເສດຖະກິດ-ການຄ້າ ຂອງສອງຝ່າຍ ຊຶ່ງເປັນການປະກອບສ່ວນປະຕິບັດຂອບການຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ການລົງທຶນ ຕາມແລວທາງເສດຖະກິດ ລາວ-ຈີນ. ສປ ຈີນ ເປັນຄູ່ຄ້າອັນດັບ 2 ຂອງ ສປປ ລາວ ຊຶ່ງເຫັນໄດ້ໃນໄລຍະ 5 ປີ (2018-2022) ທີ່ຜ່ານມາ ມູນຄ່າການຄ້າສອງຝ່າຍສາມາດບັນລຸໄດ້ 15,9 ຕື້ໂດລາ, ສະເລ່ຍເພີ່ມຂຶ້ນ 15,63%/ປີ.
ທ່ານ ອຸເດດ ສຸວັນນະວົງ ກ່າວວ່າ: ສຄອຊ ກໍຄື ບັນດາວິສາຫະກິດ ໄດ້ຖືບັນດາວິສາຫະກິດ ຂອງແຂວງຢຸນນານ ເປັນເພື່ອນກັນ ໃນດ້ານເສດຖະກິດ-ການຄ້າ ແລະ ການລົງທຶນ. ສຄອຊ ເປັນອົງການຂອງພາກທຸລະກິດທີ່ນໍາໜ້າ ແລະ ໃຫຍ່ທີ່ສຸດ ໃນ ສປປ ລາວ ຊຶ່ງມີສະມາຊິກຢູ່ເກືອບທົ່ວປະເທດ ເກືອບ 1.000 ກວ່າບໍລິສັດ ໃນນີ້ ມີຫຼາຍບໍລິສັດ ທີ່ມີຈຸດປະສົງຢາກຮ່ວມມືເຮັດການຄ້າ ແລະ ການລົງທຶນກັບແຂວງຢຸນນານ. ຜ່ານມາ, ສຄອຊ ແລະ ພະແນກການຄ້າແຂວງຢຸນນານ ກໍໄດ້ມີການປຶກສາຫາລືກັນ ຊຶ່ງມີຄວາມໝາຍສຳຄັນທີ່ສຸດ ໂດຍສະເພາະພາຍຫຼັງການລະບາດຂອງພະຍາດໂຄວິດ-19 ໄດ້ເປີດສັກກະລາດໃໝ່ທາງດ້ານການຄ້າ ແລະ ການລົງທຶນ ກໍຄືຕ້ອງໄດ້ປະຕິບັດບັນດາຂອບການຮ່ວມມືໃນການລົງທຶນ ແລະ ດ້ານເສດຖະກິດ-ການຄ້າ ທີ່ສອງທ່ານເລຂາທິການໃຫຍ່ຂອງສອງປະເທດລາວ-ຈີນໄດ້ຕົກລົງກັນ ຊຶ່ງສຳລັບ ສຄອຊ ໄດ້ມີສ່ວນຮ່ວມໃນການຈັດຕັ້ງປະຕິບັດຢ່າງເປັນເຈົ້າການ ເພື່ອໃຫ້ການຕົກລົງນັ້ນປະກົດຜົນເປັນຈິງ ເປັນຕົ້ນໃນໄລຍະຜ່ານມາ ເຖິງມີການແຜ່ລະບາດຂອງພະຍາດໂຄວິດ-19, ແຕ່ບໍ່ໄດ້ລົດລະການຮ່ວມມືຊຶ່ງກັນ ແລະ ກັນ ໂດຍໄດ້ເປັນເສນາທິການ ໃຫ້ຄໍາປຶກສາ ລັດຖະບານລາວ, ໄດ້ມີການເຈລະຈາກັບ ສປ ຈີນ ແລະ ມີວິທີແກ້ໄຂ ເພື່ອໃຫ້ສິນຄ້າຈາກ ສປປ ລາວ ສົ່ງອອກໄປ ສປ ຈີນ ເຖິງວ່າມີການສະກັດກັ້ນຫຼາຍດ່ານ ເພື່ອຕ້ານພະຍາດໂຄວິດ.
ໃນໄລຍະຜ່ານມາການຮ່ວມືດ້ານການຄ້າລະຫວ່າງລາວ ແລະ ຈີນ ສ່ວນໃຫ່ຍແມ່ນຮູບແບບການຄ້າຊາຍແດນ (ໂດຍສະເພາະລາວ-ຢຸນນານ) ຊື່ງປະຕິບັດພາຍໃຕ້ຂອບສັນຍາການຄ້າເສລີອາຊຽນ-ຈີນ, ສັນຍາການຄ້າອາຊີ-ປາຊີຟິກ, ສັນຍາ RCEP, ສິນຄ້າໄດ້ຮັບບູລິມະສິດພິເສດ-ໂກຕາ ແລະ ສິດທິພິເສດດ້ານອັດຕາພາສີນຳເຂົ້າ ເປັນຕົ້ນ ສິດທິພິເສດ 98% ຂອງລາຍການສິນຄ້າສົ່ງອອກທັງໝົດໄປ ສປ ຈີນ. ສ່ວນສິນຄ້າຕົ້ນຕໍທີ່ ສປປ ລາວ ນໍາເຂົ້້າ ໃນປີ 2022 ປະກອບມີ: ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະ ນະ), ເຄື່ອງໃຊ້ໄຟຟ້າ ແລະ ອຸປະກອນໄຟຟ້າ, ຊິ້ນສ່ວນອາໄຫຼ່ລົດ, ເຫລັກ ແລະ ເຫລັກກ້າ ແລະ ອື່ນໆ. ແລະ ສິນຄ້າຕົ້ນຕໍທີ່ ສປປ ລາວ ສົ່ງອອກ ໃນປີ 2022 ປະກອບມີ: ຄຳປະສົມ, ຄຳແທ່ງ, ໝາກກ້ວຍ, ແຮ່ທອງແຮ່ເຫລັກ, ຜະລິດຕະພັນໄມ້ ແລະ ເຟີນີເຈີ້, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ, ຝຸ່ນ(ປຸຍ), ຢາງພາລາ, ຫມາກໄມ້(ໝາກໂມ, ໝາກນອດ, ໝາກຂາມ) ແລະ ອື່ນໆ.
ສປ ຈີນ ເປັນຄູ່ຄ້າອັນດັບ 2 ຂອງ ສປປ ລາວ ເຊິ່ງເຫັນໄດ້ໃນໄລຍະ 5 (2018-2022) ທີ່ຜ່ານມາ ມູນຄ່າການຄ້າສອງຝ່າຍສາມາດບັນລຸໄດ້ 15.9 ຕື້ໂດລາ, ສະເລ່ຍເພີ້ມຂື້ນ 15,63%/ປີ.
ພາບ: ສຸກສະຫວັນ