ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຕອນຄ່ຳຂອງວັນທີ່ 11 ເມສາ 2023, ທີ່ ເຂດວິນລ່າ ໂຮ່ເຕີຍ, ເມືອງ ເຕີຍໂຮ່, ນະ ຄອນຫຼວງຮ່າໂນ້ຍ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງບຸນປີໃໝ່ລາວ ປະຈໍາປີ ພ.ສ 2566.
ເຂົ້າຮ່ວມພິທີບາສີສູ່ຂວັນມີບັນດາສະ ຫາຍການນຳພັກ-ລັດຫວຽດນາມຄື: ສະຫາຍ ນາງ ເຈືອງ ທິ ມາຍ (TrươngThị Mai), ກໍາມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນ ກາງພັກກອມມູນິດຫວຽດນາມ. ສະຫາຍ ເຈີນ ແທງ ເໝີນ (Trần Thanh Mẫn), ກໍາມະການກົມການເມືອງ, ຮອງປະທານຜູ້ປະຈໍາການສະພາແຫ່ງຊາດ ສສ ຫວຽດນາມ. ສະຫາຍນາງຫວໍ ທິ ແອ້ງ ຊວນ (Võ Thị Ánh Xuân), ກໍາມະການສູນກາງພັກ, ຮອງປະທານປະເທດ ສສ ຫວຽດນາມ. ສະຫາຍ Trần Lưu Quang, ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ ສສ ຫວຽດນາມ. ພ້ອມດ້ວຍບັນດາກຳມະການສູນກາງພັກຈຳນວນໜຶ່ງ, ຜູ້ຕາງໜ້າບັນດາກະຊວງ, ບັນດາກົມກອງທັງສູນກາງ ແລະ ທ້ອງຖິນ, ມີຕາງໜ້າຄະນະປະສານງານຊ່ຽວຊານທະຫານອາສາສະໝັກຊ່ວຍລາວເຂົ້າຮ່ວມຢ່າງພ້ອມພຽງ.
ສະຖານທູດນຳໂດຍ ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ພະນັກງານ, ຫ້ອງການຜູ້ຕາງໜ້າປ້ອງກັນຄວາມສະ ຫງົບ, ຫ້ອງການຜູ້ຕາງໜ້າການບິນລາວສາຂາຮ່າໂນ້ຍ, ນັກສຶກສາລາວທີ່ກຳລັງສຶກສາຢູ່ ສສ ຫວຽດນາມ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ ແລະ ມ່ວນຊື່ນ.
ໃນບົດປາໄສຂອງສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ບາງຕອນໄດ້ກ່າວວ່າ: ໃນການຈັດງານປີໃໝ່ປີ ພສ. 2566 ນີ້ເປັນຄັ້ງທຳອິດທີ່ຂ້າພະເຈົ້າມາດຳລົງຕຳແໜງເປັນເອກອັກຄະລັດຖະທູດຢູ່ ສສ ຫວຽດນາມ ເປັນໄລຍະເວລາ 3 ປີ . ເພາະໄລຍະຜ່ານມາໄດ້ເກີດມີການລະບາດພະຍາດໂຄວິດ-19 ຈຶ່ງບໍ່ສາມາດຈັດງານສະ ເຫຼີມສະຫຼອງປີໃໝ່ລາວໄດ້ ເຖີ່ງແນວໃດກໍຕາມ, ມື້ນີ້ ພວກຂ້າຮູ້ສຶກເປັນກຽດ ແລະ ຮູ້ສຶກດີໃຈເປັນຢ່າງຍິ່ງທີ່ໄດ້ຕ້ອນຮັບການນຳຂັ້ນສູງຂອງພັກ, ລັດ, ສະພາແຫ່ງຊາດ ແລະ ການນຳບັນດາກະຊວງ, ອົງການ, ອົງການຈັດຕັ້ງມະ ຫາຊົນທັງສູນກາງ ແລະ ທ້ອງຖິ່ນຫວຽດ ນາມ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງບຸນປີໃໝ່ລາວປີ ພສ. 2566 ດ້ວຍບັນຍາກາດອັນສະໜິດສະໜົມທີ່ເປັນແຫຼ່ງກຳລັງໃຈອັນໃຫຍ່ຫລວງໃຫ້ແກ່ພວກຂ້າພະເຈົ້າທີ່ອາໄສຢູ່ຫ່າງໄກຈາກບ້ານເກີດເມືອງນອນ.
ພ້ອມດຽວກັນນັ້ນ, ສະຫາຍເອກອັກຄະລັດຖະທູດຍັງກ່າວຕື່ມວ່າ: ປີ 2022 ຜ່ານມາ ເຖິງວ່າສະພາບການພາກພື້ນ ແລະ ສາກົນ ພວມມີການຜັນແປໄປຢ່າງສັບສົນ ແລະ ໄວວາ, ສະພາບການຢູ່ແຕ່ລະປະເທດຂອງພວກເຮົາ ກໍມີຄວາມຫຍຸ້ງຍາກບໍ່ໜ້ອຍ ໂດຍສະເພາະແມ່ນການລະບາດຂອງເຊື້ອພະຍາດໂຄວິດ-19, ແຕ່ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດພວກເຮົາ ຍັງໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ ທັງລວງກວ້າງ ແລະ ລວງເລິກ ແລະ ມີປະສິດທິຜົນ, ພິເສດໄດ້ຮ່ວມຈັດກິດຈະກຳສະເຫຼີມສະຫຼອງປີສາມັກຄີມິດຕະພາບເພື່ອພ້ອມກັນສະເຫຼີມສະຫຼອງສອງວັນປະຫວັດສາດຄື:ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຄົບຮອບ 45 ປີດ້ວຍບັນຍາກາດຟົດຟື້ນ ແລະ ປະສົບຜົນສຳເລັດຢ່າງງົດງາມ.
ຕາງໜ້າການນໍາພັກ, ລັດ ສະພາແຫ່ງ ຊາດ ແລະ ປະຊາຊົນຫວຽດນາມ, ສະ ຫາຍ ເຈີນ ແທງ ເໝີນ (Trần Thanh Mẫn), ກໍາມະການກົມການເມືອງ, ຮອງປະທານຜູ້ປະຈໍາການສະພາແຫ່ງຊາດ ສສ ຫວຽດນາມ ໄດ້ຝາກຄຳອວຍພອນອັນປະເສີດຜ່ານສະຫາຍເອກອັກຄະລັດຖະທູດໄປຍັງການນຳພັກ, ລັດ, ສະພາແຫ່ງຊາດ ແລະ ປະຊາຊົນລາວເນື່ອງໃນໂອກາດປີໃໝ່ລາວພສ. 2566 ນີ້ ສະຫາຍສະແດງຄວາມເຊື່ອໝັ້ນວ່າ, ພາຍໃຕ້ການນຳພາອັນສະຫຼາດສອງໃສ່ຂອງພັກປະ ຊາຊົນປະຕິວັດລາວ, ໂດຍມີສະຫາຍເລຂາ ທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ, ເປັນຜູ້ນຳພາ ພັກ, ລັດຖະບານ ແລະ ປະຊາຊົນລາວ ຈະສືບຕໍ່ບັນລຸໄດ້ໄຊຊະນະໃໝ່ ແລະ ໃຫຍ່ຫຼວງກວ່າເກົ່າ. ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວ ແລະ ແຜນການພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ 9 ສຳເລັດຜົນຢ່າງຈົບງາມ, ສ້າງປະເທດ ສປປ ລາວ ໃຫ້ຮັ່ງມີ ແລະ ເຂັ້ມແຂງ ບົດບາດໃນເວທີພາກພື້ນ ແລະ ສາກົນນັບມື້ສູງເດັ່ນຂື້ນ.
ຄະນະຜູ້ແທນຮ່ວມງານໄດ້ຮັບຊົມລາຍ ການສະແດງສິລະປະສະເຫຼີມສະຫຼອງບຸນປີໃໝ່ລາວ ພສ. 2566 ເຊັ່ນ: ບົດຟ້ອນສົ່ງພອນປີໃໝ່, ບົດຟ້ອນຈໍາປາເມືອງລາວ ແລະ ບົດເພງຈຳນວນໜຶ່ງຈາກນັກສຶກສາລາວຈາກມະຫາວິທະ ຍາໄລວັດທະນະທຳສີລະປະກອງທັບ, ສະ ຖາບັນສັນຕິບານ ແລະ ຮ່ວມພິທີບາສີສູ່ຂວັນ, ຟ້ອນລຳວົງລາວ ຕາມຮີດຄອງປະເພນີລາວເຮົາທີ່ປະຕິບັດກັນມາຕາມຮິດເກົ່າຄອງເດີມເປັນການອານຸລັກວັດ ທະນະທຳ ແລະ ຮີດຄອງປະເພນີລາວທີ່ໄດ້ສືບທອດມາແຕ່ຍາວນານ.
ຂ່າວ,ພາບ: ສະຖານທູດລາວທີ່ຮ່າໂນ້ຍ ສສ ຫວຽດນາມ