ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 1 ເມສາ 2022 ນີ້ ພະແນກກະສິກໍາ ແລະ ປ່າໄມ້ ແຂວງອັດຕະປື ໄດ້ຈັດພິທີມອບ-ຮັບ ສະຖານີຂະຫຍາຍພັນປາ ຕາມໍຢອດ ໃຫ້ການກະສິກໍາ ແລະ ປ່າໄມ້ ເມືອງສະໜາມໄຊ ເປັນຜູ້ຄຸ້ມຄອງ, ພິທີມອບ-ຮັບ ໄດ້ຈັດຂື້ນທີ່ບ້ານຕະມໍຢອດ ,ເມືອງສະໜາມໄຊ, ແຂວງອັດຕະປື, ໂດຍການເຂົ້່ຮ່ວມຂອງທ່ານ ພອນປະເສີດ ທອງສີທາວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງອັດຕະປື, ມີຜູ້ແທນກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກຳ ແລະ ປ່າໄມ້, ພ້ອມດ້ວຍການນໍາຂອງເມືອງສະໜາມໄຊ, ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີຜູ້ເຂົ້າຮ່ວມ ໄດ້ຮັບຟັງການລາຍງານຜົນສຳເລັດການກໍ່ສ້າງສູນຂະຫຍາຍພັນປາ ຕາມໍຢອດ ເມືອງສະໜາມໄຊ, ເຊິ່ງເປັນໂຄງການໜຶ່ງທີ່ໄດ້ຮັບການຊ່ວຍເຫຼືອລ້າ ຈາກອົງການພັດທະນາສາກົນ ເພື່ອສະໜັບສະໜູນການຄຸ້ມຄອງການປະມົງ ແບບມີສ່ວນຮ່ວມຕາມສາຍແມ່ນໍ້າຂອງ ແລະ ແມ່ນໍ້າເຊກອງ, ຊຶ່ງເປັນສ່ວນໜຶ່ງຂອງລະບົບສາຍນ້ຳສາຂາ ຂອງສາກົນ ທີ່ມີເຂດແບ່ງຮ່ວມກັນກັບປະເທດກຳປູເຈຍ ແລະ ສສ ຫວຽດນາມ, ເພື່ອຂະຫຍາຍພັນປາ ແລະ ສະໜອງແນວພັນປາພື້ນເມືອງຢູ່ໃນ 3 ແຂວງພາກໃຕ້ຂອງລາວເຮົາ, ສະຖານີຂະຫຍາຍພັນປາ ຕາມໍຢອດ ຕັ້ງຢູ່ ບ້າຕະມໍຢອດ ເມືອງສະໜາມໄຊ ຫ່າງຈາກ ເທບສະບານ ແຂວງອັດຕະປື 50 ກິໂລແມັດ ແລະ ຫ່າງຈາກຕົວເມືອງ ສະໜາມໄຊ ໄປທາງທິດຕາເວັນຕົກປະມານ 17 ກິໂລແມັດ, ເຊິ່ງໂຄງການດັ່ງກ່າວປະກອບມີໜ້າວຽກສໍາຄັນຄື: ການບຸກເບີກປັບໜ້າດິນບໍລິເວນສະຖານີ ແລະ ຈົກໜອງດິນ ຈຳນວນ ມີ 13 ໜອງ, ກໍ່ສ້າງທໍ່ລະບາຍນ້ຳໃຕ້ດິນ ປະເພດເບຕົງເສີມເຫຼັກ ຂະໜາດ 1 x 1,5 ແມັດ, ຍາວ 378 ແມັດ, ກໍ່ສ້າງຄອງເໝືອງສົ່ງນໍ້າ ປະເພດຄອງເບຕົງເສີມເຫຼັກ ຂະໜາດ 0,5 x 0,6 ແມັດ, ຍາວ 228 ແມັດ,ກໍ່ສ້າງອາຄານຈໍານວນ 6 ຫຼັງ, ໄດ້ດໍາເນີນການປະມູນ-ຈັດຊື້ ໃນປີ 2018 ມີມູນຄ່າການກໍ່ສ້າງທັງໝົດ 6 ແສນ ກວ່າໂດລາສະຫະລັດ.
ໂອກາດນີ້ ພະແນກກະສິກຳ ແລະ ປ່າໄມ້ ແຂວງໄດ້ມອບໂຄງການດັ່ງກ່າວໃຫ້ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງສະໜາມໄຊ ເພື່ອຄຸ້ມຄອງ ນໍາໃຊ້ໃນຂັ້ນຕໍ່ໄປ.
ຂ່າວ: ສີຫົງ