ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ທ່ານ ທອງສະຫວັນ ພົມວິຫານ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ປີເຕີ ເຮມອນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສະຫະລັດ ອາເມຣິກາ ປະຈໍາ ສປປ ລາວ ໃນວັນທີ 17 ກໍລະກົດນີ້ ທີ່ ຄຕພ ໃນໂອກາດທີ່ສໍາເລັດການປະຕິບັດໜ້າທີ່ທາງການທູດຢູ່ ສປປ ລາວ.
ໃນໂອກາດດັ່ງກ່າວ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ສະແດງຄວາມຍິນດີຕ້ອນຮັບ, ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດໃນການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ຕະຫຼອດໄລຍະຜ່ານມາ ໂດຍໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ ແລະ ເສີມຂະຫຍາຍສາຍພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ອາເມຣິກາ ໃຫ້ນັບມື້ນັບດີຂຶ້ນເລື້ອຍໆ; ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຂອງ ລັດຖະບານ ແລະ ປະຊາຊົນອາເມຣິກາ ທີ່ມີຕໍ່ ສປປ ລາວ ໃນໄລຍະຜ່ານມາ ໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ, ເປັນຕົ້ນ ການລະດົມທຶນ ເພື່ອສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ ສປປ ລາວ, ສະໜອງທຶນໃຫ້ແກ່ວຽກງານສະກັດກັ້ນຢາເສບຕິດ ແລະ ການບັງຄັບໃຊ້ກົດໝາຍ, ການເກັບກູ້ລະເບີດບໍ່ທັນແຕກ ໃນ ສປປ ລາວ, ວຽກງານສາທາລະນະສຸກ, ການສຶກສາ, ສະໜັບສະໜູນ ໂຄງການອະນຸລັກລັກຮັກສາມູນເຊື້ອວັດທະນະທຳລາວ ແລະ ໄດ້ມອບວັກຊິນຕ້ານພະຍາດໂຄວິດ-19 ໃຫ້ແກ່ ສປປ ລາວ.
ທ່ານ ປີເຕີ ເຮມອນ ໄດ້ສະແດງຄວາມຂອບໃຈ ມາຍັງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ຂອບໃຈຕໍ່ລັດຖະບານ ສປປ ລາວ ທີ່ໄດ້ເອົາໃຈໃສ່ ໃຫ້ການຮ່ວມມືຊ່ວຍເຫຼືອ ໃນການປະຕິບັດໜ້າທີ່ການທູດຂອງຕົນຢູ່ ສປປ ລາວ ຕະຫຼອດໄລຍະເວລາຜ່ານມາ ແລະ ສະແດງຄວາມຫວັງວ່າລັດຖະບານ ສປປ ລາວ ຈະສືບຕໍ່ໃຫ້ການຮ່ວມມື ແກ່ທ່ານເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ ຄົນໃໝ່ ທີ່ຈະມາຮັບໜ້າທີ່ຕໍ່ໄປ ເພື່ອພ້ອມກັນສືບຕໍ່ຊຸກຍູ້, ສົ່ງເສີມສາຍພົວພັນຮ່ວມມື ລະຫວ່າງ ສອງປະເທດທີ່ມີມາແລ້ວນັ້ນ ໃຫ້ສືບຕໍ່ໄດ້ຮັບການຂະຫຍາຍຕົວ ແລະ ເປັນຮູບປະທຳຍິ່ງໆຂຶ້ນ.
ໃນຕອນທ້າຍ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ອວຍພອນໃຫ້ ທ່ານທູດ ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດໃນໜ້າທີ່ວຽກງານໃໝ່ຂອງທ່ານ ແລະ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ.
(ຂ່າວ: ຄຕພ, ພາບ:ສຳນານ)