ໃນວັນທີ 5 ຕຸລາ 2023 ນີ້ ທີ່ຫໍປະຊຸມໃຫຍ່ຂອງແຂວງອດຕະປື ໄດ້ຈັດພິທີມອບ-ຮັບໜ້າທີ່ລະຫວ່າງເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ອັດຕະປື ຜູ້ເກົ່າກັບຜູ້ໃໝ່ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ, ມີບັນດາທ່ານຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເຈົ້າເມືອງ 5 ເມືອງທົ່ວແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ອົງການຈັດຕັ້ງມະຫາຊົນ, ລັດວິສາຫະກິດອ້ອມຂ້າງແຂວງ, ຄະນະພັກ, ຄະນະບັນຊາ ສອງກຳລັງ ປກຊ-ປກສ ຕະຫຼອດຮອດພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ຕ່າງໜ້າຄະນະຈັດຕັ້ງສູນກາງພັກໄດ້ຂຶ້ນຜ່ານຄຳສັ່ງຂອງກົມການເມືອງສູນກາງພັກ ເລກທີ 10/ກມສພ, ມະຕິຕົກລົງຂອງກົມການເມືອງສູນກາງພັກ ເລກທີ 23/ກມສພ, ລົງວັນທີ 27/ກັນ ຍາ/2023 ແລະ ມະຕິຕົກລົງກ່ຽວຂ້ອງຈຳນວນໜຶ່ງ ທີ່ກ່ຽວຂ້ອງກັບການສັບປ່ຽນພະນັກງານຂັ້ນສູງຂອງພັກ ເຊິ່ງໃນນີ້ໄດ້ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ເລັດ ໄຊຍະພອນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຜູ້ເກົ່າ ໄປຮັບໜ້າທີ່ໃໝ່ຢູ່ສູນກາງສະຫະພັນກຳມະບານລາວ, ຕົກລົງຍົກຍ້າຍ ແລະ ແຕ່ງຕັ້ງ ພົນຕີ ວັນທອງ ກອງມະນີ ກໍາມະການສູນ ກາງພັກ, ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ມາເປັນເລຂາຄະນະບໍລິຫານງານພັກແຂວງ-ຮັກສາການເຈົ້າແຂວງອັດຕະປື ຄົນໃໝ່.


ໃນພິທີ ທ່ານ ເລັດ ໄຊຍະພອນ ກຳມະ ການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຜູ້ເກົ່າ ໄດ້ລາຍງາຍໂດຍຫຍໍ້ ກ່ຽວກັບການນຳພາ-ຊີ້ນຳໃນອົງຄະນະພັກແຂວງໃນຕະຫຼອໄລຍະຜ່ານ ໄດ້ຮັບຄວາມເອົາໃຈໃສ່ຈາກການຈັດຕັ້ງທຸກຂັ້ນ ແລະ ໃຫ້ຄວາມໄວ້ເນື້ອເຊື່ອໃຈຈາກຂັ້ນເທິງ, ຜ່ານການປະຕິບັດໜ້າທີ່ວຽກງານທີ່ສໍາຄັນຂອງພັກ-ລັດ ເຫັນໄດ້ວ່າ: ຂົງເຂດວຽກງານ ວັດທະນະທໍາ-ສັງຄົມ ແລະ ຂົງເຂດເສດຖະກິດ ແລະ ການຜະລິດ ຢູ່ແຂວງ ອັດຕະປື ໄດ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວທາງດ້ານຈໍານວນ ແລະ ຄຸນນະພາບທີ່ໜັກແໜ້ນ ເຊິ່ງບັນດາຜົນງານງານທີ່ຈະຕ້ອງສືບຕໍ່ເສີມຂະ ຫຍາຍ ແລະ ບັນຫາຂໍ້ຄົງຄ້າງທີ່ຈະຕ້ອງໄດ້ສຶບຕໍ່ແກ້ໄຂນັ້ນ ແມ່ນຂໍມອບໜ້າທີ່ ໃຫ້ເຈົ້າແຂວງຄົນໃໝ່ ນຳເອົາເນື້ອໃນ ແລະ ບັນຫາສຳຄັນຕ່າງໆໄປຈັດຕັ້ງປະຕິບັດຮ່ວມກັບຄະນະພັກແຂວງສືບຕໍ່ແກ້ໄຂໃຫ້ດີຂຶ້ນ, ຈາກນັ້ນພິທີກໍ່ໄດ້ພ້ອມກັນລົງນາມເຊັນບົດບັນທືກມອບ-ຮັບຮ່ວມກັນລະຫ່ວາງທ່ານເຈົ້າແຂວງ ອັຕະປືຜູ້ເກົ່າ ແລະ ຜູ້ໃໝ່ຢ່າງເປັນທາງການ.
ໃນໂອກາດດຽວກັນ ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາ ທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນໍາໃນຄັ້ງນີ້ວ່າ: ນີ້ແມ່ນເປັນເລື່ອງປົກກະຕິ, ເປັນກົດເກນ, ທັງແມ່ນຫລັກການຂອງພັກເຮົາທີ່ເຄີຍປະຕິບັດກັນມາ. ໄປພ້ອມໆກັນນີ້ ໄດ້ຮຽກຮ້ອງໃຫ້ທ່ານເຈົ້າແຂວງຄົນໃໝ່ຈົ່ງຍົກສູງຄວາມຮັບຜິດຊອບທາງດ້ານການເມືອງຢ່າງໜັກແໜ້ນ, ເອົາໃຈໃສ່ຄົ້ນຄວ້າໃຫ້ຫຼາຍຂຶ້ນ ເປັນຕົ້ນແມ່ນການກຳແໜ້ນແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ ຂອງພັກ ແລະ ລະບຽບກົດໝາຍຂອງລັດ ໃຫ້ເລິກເຊິ່ງ ເພື່ອພ້ອມກັນຈັດຕັ້ງປະຕິບັດບັນດາຄາດໝາຍຕ່າງໆທີ່ໄດ້ຮັບຮອງຢູ່ໃນກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງ ກໍຄື ຜົນງານທີ່ເຈົ້າແຂວງຜູ້ເກົ່າໄດ້ມອບໝາຍນັ້ນ ໃຫ້ປະກົດຜົນເປັນຈີງ.

ພິທີອັນມີຄວາມໝາຍດັ່ງກ່າວ ທ່ານ ພົຕ ວັນທອງ ກອງມະນີ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ-ຮັກສາການເຈົ້າແຂວງອັດຕະປື ຄົນໃໝ່ກໍ່ໄດ້ຂື້ນກ່າວຮັບໜ້າທີ່ ແລະ ໃຫ້ຄຳຄຳໝັ້ນສັນຍາວ່າ ຈະສືບຕໍ່ເຈດຕະລົມຂອງທ່ານເຈົ້າແຂວງຜູ້ເກົ່າ ໃນການຮັກສາທ່ວງທ່າ ອັດຕາຈະເລີນເຕີບໂຕທາງດ້ານເສດຖະກີດ ຂອງແຂວງ, ການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ບັນຫາຢາເສບຕິດ ລວມທັງການແກ້ໄຂ ຄວາມທຸກຍາກຂອງປະຊາຊົນ ສືບຕໍ່ປົກປັກຮັກສາ ແລະ ນຳພາການພັດທະນາ ຢູ່ແຂວງອັດຕະປື ໃຫ້ກ້າວຂຶ້ນໄປຕາມທິດທີ່ສູນກາງພັກ ກໍຄືແຂວງອັດຕະປື ວາງໄວ້.
ຂ່າວ: ສິດຕິພອນ ຂ.ອັດຕະປື