ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ພິທີເປີດຖ້ຽວບິນກົງ ປາກເຊ-ກວາງໂຈ, ກວາງໂຈ-ປາກເຊ ໄດ້ຈັດຂຶ້ນໃນວັນທີ 19 ພຶດສະພາ ນີ້ ທີ່ສະໜາມບິນສາກົນປາຍຢູນ ເຮັດໃຫ້ຖ້ຽວບິນກົງ ທີ່ບິນຈາກ ສປປ ລາວ – ນະຄອນກວາງໂຈ ສປ ຈີນ ເພີ່ມຂຶ້ນເປັນ 2 ເສັ້ນທາງການບິນ ແລະ ນີ້ເປັນການອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານ ທີ່ຈະເດີນທາງເຂົ້າມາພາກໃຕ້ຂອງລາວ ອັນເປັນການສົ່ງເສີມໃຫ້ມີການເຊື່ອມໂຍງເຊື່ອມຈອດ ທັງຍູ້ແຮງປີທ່ອງທ່ຽວລາວ 2024 ໃຫ້ມີນັກທ່ອງທ່ຽວມາທ່ຽວລາວຫຼາຍຂຶ້ນ ໂດຍສະເພາະແຂວງຈໍາປາສັກ ທີ່ມີແຫຼ່ງທ່ອງທ່ຽວຫຼາກຫຼາຍ ມີທັງໝົດຫຼາຍກວ່າ 244 ແຫ່ງ.
ໃນພິທີ, ທ່ານ ສະເຫຼີມ ໄຕຍະລາດ ຮອງອຳນວຍການລັດວິສາຫະກິດການບິນລາວ ໄດ້ກ່າວໃຫ້ຮູ້ວ່າ: ຜ່ານມາ, ຖ້ຽວບິນກົງ ທີ່ເປັນເສັ້ນທາງການບິນ ຈາກ ສປປ ລາວ – ນະຄອນກວາງໂຈ ມີແຕ່ຈາກນະຄອນຫຼວງວຽງຈັນ – ກວາງໂຈ; ນັບແຕ່ມື້ນີ້, ໄດ້ເພີ່ມເປັນ 2 ເສັ້ນທາງບິນກົງ ໂດຍເລີ່ມຖ້ຽວບິນທໍາອິດໃນມື້ເປີດພິທີນີ້ ຊຶ່ງນອກຈາກຈະເປັນການພັດທະນາສົ່ງເສີມການທ່ອງທ່ຽວ ລະຫວ່າງ 2 ຊາດ, ການແລກປ່ຽນວັດທະນະທໍາຕ່າງໆແລ້ວ ກໍຍັງຈະເຮັດໃຫ້ ລາວ-ຈີນ ມີຄວາມຮັດແໜ້ນຂຶ້ນຕື່ມ ໃນການເດີນທາງໄປ-ມາ ທີ່ສະດວກສະບາຍ ລະຫວ່າງ ນະຄອນປາກເຊ ແລະ ນະ ຄອນກວາງໂຈ ໂດຍການເປີດຖ້ຽວບິນກົງນີ້ ຈະເປັນຜົນສຳເລັດອັນໃໝ່ທີ່ຍິ່ງໃຫຍ່ກວ່າເກົ່າ ໃນການສົ່ງເສີມການທ່ອງທ່ຽວລະ ຫວ່າງ ນະຄອນປາກເຊ ແລະ ນະຄອນກວາງໂຈ.
ທີ່ມາ: ສຸກສະຫວັນ