ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ເມືອງນາຊາຍທອງ, ນະຄອນຫລວງວຽງຈັນ ກຽມຈັດງານວາງສະແດງສິນຄ້າ ປະຈຳປີ 2024 ໃນລະຫວ່າງ ວັນທີ 13-19 ກຸມພາ 2024 ທີ່ບ້ານແຈ້ງສະຫວ່າງ ເຊິ່ງຄັ້ງນີ້ຈັດຂຶ້ນເປັນຄັ້ງທີ 27.
ທ່ານ ພູວອນ ພົງລາດແກ້ວ ຮອງເຈົ້າ ເມືອງນາຊາຍທອງ ໃຫ້ຮູ້ໃນໂອກາດຮ່ວມກັບຄະນະຖະແຫລງຂ່າວກ່ຽວກັບງານດັ່ງກ່າວຢູ່ຫ້ອງວ່າການເມືອງນາຊາຍທອງ ເມື່ອບໍ່ດົນມານີ້ວ່າ: ຈຸດປະສົງການຈັດງານຄັ້ງນີ້ ເພື່ອກະຕຸກຊຸກຍູ້ສົ່ງເສີມການຜະລິດກະສິກຳ-ຫັດຖະກຳ ແລະ ອຸດສາຫະກຳ ຢູ່ພາຍໃນເມືອງໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງຕໍ່ເນື່ອງ ເຊິ່ງເມືອງນາຊາຍທອງ ກໍເປັນເມືອງໜຶ່ງ ທີ່ມີກາລະໂອກາດ ມີທ່າແຮງ ແລະ ເງື່ອນໄຂໃນການຜະລິດກະສິກຳ ປູກຝັງ-ລ້ຽງ ສັດ ເພື່ອທົດແທນ ການນຳເຂົ້າຕາມນະໂຍບາຍສົ່ງເສີມຂອງລັດຖະບານ.
ນອກຈາກນີ້ ຍັງເປັນການເປີດກວ້າງການຄ້າການບໍລິການ ແລະ ການທ່ອງ ທ່ຽວຂອງເມືອງໃຫ້ຂະຫຍາຍ ຕົວຢ່າງມີປະສິດທິພາບ ໄປພ້ອມໆກັບການສົ່ງເສີມສິນຄ້າໂອນ້ອຍ, ສົ່ງເສີມການພັດທະນາວິສາຫະກິດ ຂະໜາດ ນ້ອຍ ແລະ ຂະໜາດກາງ, ເຕົ້າໂຮມຄວາມສາມັກຄີ, ໂຄສະນາດ້ານການ ຕະຫຼາດ ແລະ ສ້າງເວທີແລກ ປ່ຽນບົດຮຽນຂອງຊາວກະສິກອນ, ຊາວຊ່າງຫັດຖະກຳ, ຄອບຄົວຕົວແບບ ແລະຄອບຄົວທີ່ມີການຜະລິດຕ່າງໆ.
Cr: ຂ່າວອອນລາຍ, ວສລ
May be an image of 3 people and text