ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ທ່ານ ສີໃສ ທອງປັດສາ ກໍາມະການພັກເມືອງ ຫົວໜ້າຫ້ອງວ່າການເມືອງປາກຊ່ອງ ແຂວງຈຳປາສັກ ໃຫ້ສຳພາດວ່າ:
ໃນໄລຍະ 8 ເດືອນຂອງປີ 2022 ເມືອງປາກຊ່ອງໄດ້ສຸມໃສ່ການປະຕິບັດ 2 ວາ ລະແຫ່ງຊາດຢ່າງຕັ້ງໜ້າ ແລະ ຕິດພັນກັບການປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ຂອງເມືອງ. ຊຶ່ງໃນນັ້ນພົ້ນເດັ່ນແມ່ນການປະຕິບັດວາລະແຫ່ງຊາດວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສດຕິດ, ໄດ້ອອກມະຕິແຕ່ງຕັ້ງຄະນະຊີ້ນໍາ, ຄະນະກໍາມະການຮັບຜິດຊອບ ເພື່ອນໍາພາ ຈັດຕັ້ງບັນຊາ ຄັກແນ່ ເພື່ອໂຄສະນາ, ສືກສາອົບຮົມ ພ້ອມໆກັບການປະຕິບັດຕາມກົດໝາຍ ກໍານົດ 4 ເປົ້າ ໝາຍຕົ້ນຕໍ ຄື: ເປົ້າໝາຍຜະລິດ, ເປົ້າ ໝາຍຈຳໜ່າຍ, ເປົ້າໝາຍຜູ້ເສບ ແລະ ເປົ້າໝາຍຜູ້ສົມຮູ້ຮ່ວມຄິດ ແລະ ປະຕິບັດຕາມ 5 ຈຸດສຸມ ຄື: 1: ສ້າງຄວາມຮັບຮູ້ທົ່ວສັງຄົມດ້ວຍການສຶກສາອົບຮົມ, ໂຄສະນາເຜີຍແຜ່ກົດຫມາຍ ແລະ ຜົນຮ້າຍຂອງຢາເສບຕິດ ໄດ້ຈໍານວນ 12 ຄັ້ງ, ມີຜູ້ເຂົ້າຮ່ວມ 2.004 ຄົນ, ໄດ້ຕິດປ້າຍຄໍາຂັວນຜົນຮ້າຍຂອງຢາເສບຕິດ 48 ປ້າຍ-ບ້ານ; 2: ປັບປຸງກົງຈັກການຈັດຕັ້ງ ແລະ ຍົກລະດັບຄວາມສາມາດໃນການເຄື່ອນໄຫວເຮັດຫນ້າທີ່ການເມືອງຂອງຫນ່ວຍງານ ສືບ ສວນ-ສອບສວນ ແລະ ພາກສ່ວນທີ່ກ່ຽວຂ້ອງຕໍ່ການແກ້ໄຂບັນຫາຢາເສບຕິດ; 3: ຍົກສູງປະສິດ ທິພາບທາງດ້ານການຄຸ້ມຄອງ, ຊີ້ນໍາການຈັດຕັ້ງປະຕິບັດຮອບດ້ານ ໃນວຽກງານແກ້ໄຂຢາເສບຕິດ, ຂື້ນເປົ້າຫມາຍຢາເສບຕິດຈໍານວນ: 1.715 ຄົນ ໃນນັ້ນ: ເປົ້າຫມາຍເສບຢາເສບຕິດ 1.407 ຄົນ, ເປົ້າຫມາຍຄ້າ-ຂາຍຂາຍຍ່ອຍ 31 ຄົນ, ແລະ ເປົ້າຫມາຍຄ້າ-ຂາຍລາຍໃຫຍ່ 77 ຄົນ. ນັບແຕ່ເດືອນ10 ປີ 2021 ຫາເດືອນ 06 ປີ 2022. ສາມາດມ້າງ- ເລີກຮື້ກຸ່ມມົ້ວສຸມເສບຢາເສບຕິດ ໄດ້ 54 ຄົນ, ສາມາດມ້າງເປົ້າຫມາຍຢາເສບຕິດ ຢືດຢາບ້າໄດ້ ທັງໜົດ 56.894 ເມັດ ແລະ ຂອງກາງຈໍານວນໜຶ່ງ; 4: ປັບປຸງຂີດຄວາມສາມາດໃນການເຄື່ອນໄຫວເຮັດຫນ້າທີ່ຂອງລະບົບການເມືອງແຕ່ລະຂັ້ນ ເພື່ອຊີ້ນໍາ-ນໍາພາແກ້ໄຂ ບັນຫາຢາເສບຕິດທີ່ເກີດຢູ່ໃນຄວາມຮັບຜິດຊອບຂອງຕົນ; 5: ໄດ້ເອົາໃຈໃສ່ເພີ້ມທະວີການພົວພັນປະ ສານສົມທົບກັບພາກສ່ວນກ່ຽວຂ້ອງ. ນອກຈາກນັ້ນໄດ້ຊຸກຍູ້ປັບປຸງກໍາລັງ ປກສ-ປກຊ ຂັ້ນກຸ່ມ-ບ້ານ ຕິດພັນກັບຊຸກຍູ້ເກັບເງິນຄັງແຮກໍາລັງ 50.000 ກີບ/ຄອບຄົວ/ປີ; ປະຈຸບັນເກັບໄດ້ 400 ກວ່າລ້ານ. ເທົ່າກັບ 50 %.ອັນພົ້ນເດັ່ນ:ສໍາເລັດການອົບຮົມຫັດແອບການເມືອງການທະຫານໃຫ້ເປົ້າໝາຍ 4.
ຂ່າວ;ພາບ: ເກດສະໜາ