ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຊຸດອົບຮົມວຽກງານກໍ່ສ້າງພັກ ແລະ ປ້ອງກັນພັກ-ພະນັກງານ ໃຫ້ພະນັກງານຫຼັກແຫຼ່ງຂອງກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ຊຸດທີ 1 ສໍາເລັດໃນຕອນບ່າຍວັນທີ 30 ມີນາ 2022 ພາຍຫລັງດໍາເນີນມາເປັນເວລາ 2 ວັນ, ທີ່ຫ້ອງປະຊຸມກົມວັດທະນະທຳ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ນະ ຄອນຫລວງວຽງຈັນ. ໃຫ້ກຽດເປັນປະທານພິທີອັດຊຸດອົບຮົມຄັ້ງນີ້ແມ່ນ ສະຫາຍ ວັນສີ ກົວມົວ ກຳມະການສຳຮອງສູນກາງພັກ, ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງ ຖວທ, ໂດຍມີຄະນະພັກຮາກຖານ, ເລຂາໜ່ວຍພັກອ້ອມຂ້າງກະຊວງເຂົ້າຮ່ວມ 38 ສະຫາຍ, ຍິງ 12 ສະຫາຍ.
ຊຸດອົບຮົມຄັ້ງນີ້ ໄດ້ຮັບກຽດບັນຍາຍເອກະສານຈາກກົມກໍ່ສ້າງພັກ ແລະ ປ້ອງກັນພັກ-ພະນັກງານ ຈາກຄະນະຈັດຕັ້ງສູນກາງພັກ ໂດຍມີ 06 ເອກະສານ ຄື : ວຽກງານຂະຫຍາຍພັກໃນໄລຍະໃໝ່, ວຽກງານຄຸ້ມຄອງ ແລະ ລະບຽບການຍົກຍ້າຍຮ່ວມຊີວິດພັກ, ຍົກສູງຄຸນນະພາບການຈັດຕັ້ງຮາກຖານພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ການຕີລາຄາຄຸນນະພາບ, ການແບ່ງປະເພດສະມາຊິກພັກ ແລະ ໜ່ວຍພັກ, ວຽກງານອອກບັດ-ມອບບັດສະມາຊິກພັກສົມບູນ ແລະ ພື້ນຖານກ່ຽວກັບວຽກງານປ້ອງກັນພັກ ແລະ ພະນັກງານ. ຈຸດປະສົງແມ່ນເພື່ອແນໃສ່ໃຫ້ພະນັກງານຫຼັກແຫຼ່ງໄດ້ເຊື່ອມຊຶມ ແລະ ເຂົ້າໃຈເພີ່ມຕື່ມ ກ່ຽວກັບລະບອບແແບບແຜນ, ຂັ້ນຕອນການຈັດຕັ້ງປະຕິບັດຢ່າງຖືກຕ້ອງ ແລະ ທິດຊີ້ນຳຕ່າງໆຂອງພັກ.
ຜູ້ເຂົ້າຮ່ວມອົບຮົມ ໄດ້ສຸມໃສ່ປະກອບຄຳຄິດຄຳເຫັນໃສ່ບັນດາເອກະສານດັ່ງກ່າວ ແລະ ຖອນຖອນບົດຮຽນໄປພ້ອມ ກ່ຽວກັບວຽກງານທີ່ໄດ້ຈັດຕັ້ງຜ່ານມາ ເພື່ອໃຫ້ມີຄວາມເຂົ້າໃຈຢ່າງແຈ່ມແຈ້ງ ເພື່ອຈະໄດ້ພ້ອມກັນນຳໄປຈັດຕັ້ງປະຕິບັດໃນການຊີ້ນຳ-ນຳພາວຽກງານກໍ່ສ້າງພັກ ແລະ ປ້ອງກັນພັກ – ພະນັກງານ ໃນຕໍ່ໜ້າໃຫ້ມີຄຸນນະພາບສູງ, ເຮັດໃຫ້ສະມາຊິກພັກ ແລະ ໜ່ວຍພັກ ໃຫ້ມີຄວາມປອດໄສ, ເຂັ້ມແຂງ ແລະ ໜັກແໜ້ນ ດ້ານການເມືອງແນວຄິດ, ຄຸນສົມບັດສິນທຳປະຕິວັດ, ການຈັດຕັ້ງ ແລະ ແຜນການນຳພາ ໃຫ້ສອດຄ່ອງກັບລະບຽບພັກສະໄໝທີ XI.
ໃນໂອກາດມີຄໍາເຫັນກ່າວອັດຊຸດອົບຮົມໃນຄັ້ງນີ້ ສະຫາຍ ວັນສີ ກົວມົວ ກຳມະ ການສຳຮອງສູນກາງພັກ, ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງ ຖວທ ໄດ້ສະແດງຄວາມຊົມເຊີຍຕໍ່ຄະນະພັກຮາກຖານ, ເລຂາໜ່ວຍພັກທຸກສະຫາຍ ທີ່ໄດ້ເອົາໃຈໃສ່ ແລະ ສຸມໃສ່ການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເຮັດໃຫ້ຊຸດອົບຮົມໃນຄັ້ງນີ້ປະສົບຜົນສຳເລັດຢ່າງຈົບງາມ ແລະ ຍັງໄດ້ເນັ້ນໃຫ້ຄະນະພັກຮາກ ຖານ, ເລຂາໜ່ວຍພັກ ຈົ່ງນຳເອົາເນື້ອໃນທີ່ຮັບຈາກການເຝິກອົບຮົມໄປຈັດຕັ້ງປະຕິ ບັດໃຫ້ໄດ້ຮັບໝາກຜົນສູງສຸດ ເພື່ອເຮັດໃຫ້ໜ່ວຍພັກ ກໍ່ຄື ສະມາຊິພັກພາຍໃນໜ່ວຍຂອງຕົນມີຄວາມປອດໄສ, ເຂັ້ມແຂງ ແລະ ໜັກແໜ້ນ.