ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 9 ສະໄໝທີ 7ຂອງເມືອງເຟືອງ ແຂວງວຽງຈັນ ຈັດຂຶ້ນໃນຕອນເຊົ້າ ວັນທີ 21 ມິຖຸນາ 2022, ທີ່ສະໂມສອນຫ້ອງວ່າການປົກຄອງເມືອງເຟືອງ ໃຫ້ກຽດເປັນປະທານຂອງສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆວຽງຈັນ. ມີກຳມະການພັກແຂວງ ເລຂາພັກເມືອງ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ຄຳເພັດ ຈັນຊົມພູ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆເຟືອງໄດ້ມີຄຳເຫັນວ່າ:ໃນກອງປະຊຸມຄັ້ງນີ້ຜູ້ແທນກອງປະຊຸມໄດ້ຮັບຟັງການສະຫລຸບຕີລາຄາຄືນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໄລຍະ 6 ເດືອນຕົ້ນປີ 2022 ເຊິ່ງໄດ້ຮັບຜົນສໍຳເລັດ, ດ້ານດີ, ຂໍ້ຫຍຸ້ງຍາກແລະຂໍ້ຄົງຄ້າງ, ພ້ອມດຽວກັນນີ້ກໍໄດ້ຄົ້ນຄວ້າພິຈາລະນາຮັບຮອງທິດທາງແຜນການເຄື່ອນໄຫວວຽກງານ 6 ເດືອນທ້າຍປີ 2022 ທີ່ຈະໄດ້ສືບຕໍ່ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງຕາມສະພາບເງື່ອນໄຂ ແລະຄວາມຮຽກຮ້ອງຕ້ອງການຂອງວຽກງານໃນປະຈຸບັນແນ່ໃສ່ສ້າງເມືອງເຟືອງໃຫ້ມີສະຖຽນລະພາບທາງດ້ານການເມືອງທີ່ຫນັກແຫນ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມສາມັກຄີປອງດອງ, ເສດຖະກິດ, ພື້ນຖານໂຄງລ່າງໄດ້ມີການພັດທະນາ ແລະຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະເຮັດໃຫ້ຊີວິດການເປັນຢູ່ທາງດ້ານວັດຖຸແລະຈິດໃຈຂອງປະຊາຊົນນັບມື້ນັບດີຂຶ້ນ.
ກອງປະຊຸມຄົບຄະນະບໍລິຫານງານພັກເມືອງເຟືອງ ຄັ້ງທີ 9 ສະໄໝທີ 7 ຍັງໄດ້ໃຫ້ກຽດຮັບຟັງການໂອ້ລົມຂອງສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆວຽງຈັນ ໂດຍທ່ານໄດ້ເນັ້ນໃຫ້ບັນດາສະຫາຍຄະນະປະຈໍາ, ກໍາມະການພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ ຫົວໜ້າຫ້ອງການເອົາໃຈໃສ່ບາງບັນຫາສຳຄັນ ເປັນຕົ້ນ:ໃຫ້ມີການກວດຄືນ ແລະ ຕີລາຄາບັນດາແຜນການສູ້ຊົນຢູ່ໃນມະຕິຂອງກອງປະຊຸມໃຫ່ຍຄັ້ງທີ 7 ຜູ້ແທນອົງຄະນະພັກເມືອງເຟືອງ ວ່າມາຮອດປະຈຸບັນ ເຮັດໄດ້ຫຍັງແດ່ ແລະ ບັນລຸຜົນສໍາເລັດ ແນວໃດ ທຽບໃສ່ຄາດຫມາຍແລ້ວ,ຈາກນັ້ນໃຫ້ມີແຜນສຶບຕໍ່ສຸມໃສ່ເພື່ອບັນລຸຕາມຄາດໝາຍທີ່ໄດ້ວາງໄວ້ ສະນັ້ນຂໍໃຫ້ບັນດາສະຫາຍໄດ້ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບຕິດຕາມໃຫ້ລະອຽດໂດຍເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ, ພະນັກງານ, ປະຊາຊົນບັນດາເຜົ່າໃຫ້ມີຄວາມຮັບຮູ້ເຂົ້າໃຈຕໍ່ແນວທາງຂອງພັກ, ລັດມີຄວາມຕື່ນຕົວເຂົ້າຮ່ວມໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດໃຫ້ມີຄວາມຈະເລີນກ້າວໜ້າ. ປັບປຸງວຽກງານພັກ, ພະນັກງານໂດຍການປຽ່ນແປງທີ່ແຂງແຮງ ແລະ ເລິກເຊິ່ງ, ກະທັດຮັດ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ມີຄວາມເຂັ້ມແຂງ, ມີແບບແຜນການເຄື່ອນໄຫວທີ່ດີ, ໃນນີ້ຕ້ອງໄດ້ມີແຜນການສ້າງເຂົາເຈົ້າໃຫ້ມີຄວາມພ້ອມຮອບດ້ານ , ມີການກໍານົດພະນັກງານໃຫ້ແທດ ເໝາະກັບສະພາບຄວາມເປັນຈິງ ຮັບປະກັນຫຼັກການມີຂື້ນ, ມີລົງ, ມີເຂົ້າມີອອກ, ຕໍ່ພະນັກງານທຸກດ້ານ, ທຸກພາກສ່ວນພວກເຮົາເຊິ່ງເຂົ້າໃຈນຳກັນວ່າ, ການພັດທະນາສັງຄົມ, ປະເທດຊາດໃຫ້ມີຄວາມເຂັ້ມແຂງ, ຈະເລີນກ້າວໜ້າ ຫຼື ບັນລຸຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້ນັ້ນ ບັນຫາສຳຄັນຕົ້ນຕໍແມ່ນຂື້ນກັບຄົນ ແລະ ການທີ່ຈະຈັດຕັ້ງປະຕິບັດວຽກງານໃດໝື່ງໃຫ້ມີຜົນສຳເລັດ, ມີປະສິດທິຜົນສູງ ຕ້ອງແມ່ນພະນັກງານ, ສະມາຊິກພັກຜູ້ທີມີຄວາມຮັບຜິດຊອບສູງ, ມີຄວາມເຂົ້າໃຈ ທັງມີຄວາມຮູ້, ຄວາມສາມາດ, ມີທັດສະນະທາງດ້ານການເມືອງໜັກແໜ້ນ, ມີຄຸນສົມບັດ, ສິນທຳປະຕິວັດເພາະພະນັກງານ, ສະມາຊິກພັກ ແມ່ນບັນດາຜູ້ທີ່ເອົາແນວທາງນະໂຍບາຍຂອງພັກ, ຂອງລັດ, ໄປຊີ້ແຈ້ງ ອະທິບາຍໃຫ້ປະຊາຊົນຮັບຮູ້ເຂົ້າໃຈແຈ້ງ ແລະ ຈັດຕັ້ງປະຕິບັດ ພ້ອມນັ້ນ ກໍນຳເອົາສະພາບຄວາມເປັນຈິງຂອງປະຊາຊົນ ຂື້ນມາລາຍງານໃຫ້ພັກ-ລັດ ຮູ້ລາຍລະອຽດ ເພື່ອຄົ້ນຄ້ວາ ແລະ ວາງແນວທາງນະໂຍບາຍໃຫ້ຖືກຕ້ອງ, ທັງເປັນຜູ້ຕັດສີນຜົນໄດ້-ຜົນເສຍຂອງວຽກງານ. ສຸມໃສ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜັນ ທາງດ້ານການເມືອງ,ແນວຄິດ, ດ້ານການຈັດຕັ້ງ ແບບແຜນການນໍາພາ ແລະນຳພາປະຕິບັດໜ້າທີ່ການເມືອງຕະຫຼອດຮອດແບບແຜນການເຄື່ອນໄຫວດໍາລົງຊິວິດ, ຄວາມເປັນແບບຢ່າງນໍາໜ້າໃນຂະບວນວຽກງານຕົວຈິງ, ສືບຕໍ່ລົງປັບປຸງຊຸກຍູ້ຄະນະພັກ, ອົງການປົກຄອງ, ບັນດາຂະແໜງການຂອງບ້ານໃຫ້ເຄື່ອນໄຫວຕາມພາລະບົດບາດ, ສິດ, ໜ້າທີ່ຂອງຕົນຢ່າງເປັນຂະບວນກ້ວາງຂວາງແລະບັນຫາອື່ນໆ.
ເມືອງເຟືອງ ແມ່ນຫນຶ່ງໃນ 11 ເມືອງຂອງແຂວງວຽງຈັນສ້າງຕັ້ງຂຶ້ນໃນວັນທີ 09ກໍລະກົດ 1985 ມີເຂດແດນຕິດກັບເມືອງຫີນເຫີບ,ເມືອງຫມື່ນ,ເມືອງແມດ, ເມືອງກາສີ,ເມືອງວັງວຽງ ແລະເມືອງສັງທອງ ທົ່ວເມືອງມີເນື່ອທີ່ລວມທັງຫມົດ 1.536ກວ່າກິໂລຕາແມັດ, ມີ 43ບ້ານ, 8553ຄອບຄົວ,ພົນລະເມືອງມີທັງຫມົດ 48.320ຄົນ, ຍິງ 24.842 ຄົນ ໃນນີ້ມີຊົນເຜົ່າລາວກວມຫລາຍກວ່າຫມູ່, ຮອງລົງມາແມ່ນເຜົ່າກຶມມຸ, ເຜົ່າມົ້ງ ແລະຕ່າງດ້າວ.