ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ສະມາຄົມນັກຂ່າວແຫ່ງ ສປປ ລາວ ຮ່ວມກັບ ສະມາຄົມນັກຂ່າວນັກໜັງສືພິມ ແລະ ສະມາຄົມຜູ້ຜະລິດຂ່າວອອນລາຍແຫ່ງປະເທດໄທ ຈັດຊຸດອົບຮົມ ໃນຫົວຂໍ້ : “ ການນໍາພາເຮັດຕົວຈິງ ເພື່ອພັດທະນາທັກສະການສ້າງລາຍຮັບຈາກສື່ອອນລາຍໃຫ້ອົງການສື່ມວນຊົນລາວ ” ການຝຶກອົບຮົມໃນຄັ້ງນີ້ ໄດ້ເຕົ້າໂຮມເອົາບັນດາຜູ້ທີ່ມີໜ້າທີ່ຮັບ ຜິດຊອບ ແລະ ນັກວິຊາການລະດັບແຖວຫນ້າທາງດ້ານວຽກງານຖະແຫຼງຂ່າວ-ສື່ມວນຊົນ ແລະ ວຽກງານເຕັກໂນໂລຊີການສື່ສານ ແລະ ຂໍ້ມູນຂ່າວສານ ມາແບ່ງປັນຄວາມຮູ້ ແລະ ບົດຮຽນປະສົບການທາງດ້ານວຽກງານຂ່າວ, ກໍ່ຄື ການນຳໃຊ້ ICT ໃນສປປ ລາວເຮົາ ກໍ່ຄື ໃນໂລກ.
ໂດຍການເຂົ້າຮ່ວມຂອງທ່ານ ສະຫວັນຄອນ ຣາຊມຸນຕຣີ, ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ, ທ່ານ ສົມສະ ຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຮອງຫົວໜ້າຫ້ອງ ການກະຊວງ ຖວທ, ທ່ານ ຊາວະຣົງ ລິມປັດທຳມະປານີ ທີ່ປຶກສາສະມາຄົມນັກຂ່າວນັກໜັງສືພິມ ແລະ ສະມາຄົມຜູ້ຜະລິດຂ່າວອອນລາຍແຫ່ງປະເທດໄທ, ບັນດາຫົວໜ້າກົມ, ຫົວໜ້າບັນນາທິການໃຫຍ່ຂອງ 5 ອົງການສື່ຫຼັກ, ຜູ້ຕາງໜ້າຈາກຫ້ອງການ ຖວທ ແຂວງວຽງຈັນ, ບັນດາທ່ານວິທະຍາກອນຈາກສະມາຄົມນັກຂ່າວນັກໜັງສືພິມ ແລະ ສະມາຄົມຜູ້ຜະລິດຂ່າວອອນລາຍແຫ່ງປະເທດໄທ ເຂົ້າ ຮ່ວມ.
ຈຸດປະສົງໃນການຈັດຊຸດຝຶກອົບຮົມໃນຄັ້ງນີ້ ເພື່ອໃຫ້ອົງການສື່ມວນຊົນລາວມີຄວາມຮູ້, ຄວາມເຂົ້າໃຈໃນການຊອກຫາລາຍໄດ້ຜ່ານຮູບແບບສື່ອອນລາຍ, ເພື່ອເຂົ້າໃຈວິທີການຜະລິດເນື້ອໃນຂ່າວທີ່ສາມາດສ້າງລາຍຮັບໄດ້ຢູ່ໃນແຕ່ລະຮູບແບບຂອງສື່, ເພື່ອເພີ່ມທັກສະໃນການຫາລາຍໄດ້ຜ່ານ ຮູບແບບສື່ອອນລາຍ ໃຫ້ອົງການສື່ມວນຊົນລາວ, ໂດຍເລັ່ງໃສຜູ້ຮັບຜິດຊອບດ້ານ ການວິເຄາະຂໍ້ມູນ, ພັດທະ ນາທຸລະກິດ, ບັນນາທິການ, ເນື້ອໃນດ້ານການຕະຫຼາດ ແລະ ຜູ້ສ້າງເນື້ອໃນໃສ່ໜ້າສື່ອອນລາຍ. ໂດຍເນື້ອໃນຈະຊີ້ໃຫ້ເຫັນ ຄວາມສໍາຄັນແລະຄວາມແຕກຕ່າງລະຫວ່າງ ຮູບ ແບບສື່ຕ່າງໆ, ການຜະລິດເນື້ອໃນທີ່ເໝາະສົມສໍາລັບ ຮູບ ແບບສື່ຕ່າງໆ, ວິທີການຫາລາຍໄດ້ຈາກ ຮູບແບບສື່ຕ່າງໆ ຜ່ານອອນລາຍ, ຂໍ້ກໍານົດໃນການນໍາໃຊ້ ແລະ ມາດຖານຕ່າງໆ ຂອງຜູ້ຊົມໃຊ້ທີ່ກ່ຽວຂ້ອງ, ເຊິ່ງເປັນກໍລະນີສຶກສາ ເຊັ່ນການນໍາໃຊ້ ເຟສບຸກ ແລະ ຕິກຕັອກ, ການສ້າງຕົວແບບທຸລະກິດ ແລະ ຝຶກເຮັດຕົວຈິງ ເພື່ອນໍາສະເໜີຮູບ ແບບ ແລະ ແຜນການຫາລາຍໄດ້ຈາກ ແຕ່ລະຮູບແບບຂອງສື່.
ການຝຶກອົບຮົມ ພາຍໃຕ້ຫົວຂໍ້: “ການນໍາພາເຮັດຕົວຈິງ ເພື່ອພັດທະນາທັກສະການສ້າງລາຍຮັບຈາກສື່ອອນລາຍໃຫ້ອົງການສື່ມວນຊົນລາວ” ໃນຄັ້ງນີ້ ເປັນນິມິດໝາຍອັນດີທີ່ສອດຄ່ອງກັບການປ່ຽນແປງໃໝ່ດ້ານສື່ມວນຊົນ ໂດຍຈະສ້າງເງື່ອນໄຂສະດວກຊ່ວຍໃຫ້ນັກຝຶກອົບຮົມໄດ້ພ້ອມ ກັນຮຽນຮູ້ ແລະ ຮັບເອົາຂໍ້ມູນໃໝ່ໆຈາກສື່ໃນຍຸກດີຈິ ຕອລ; ພ້ອມນັ້ນ, ກໍ່ຍັງຈະໄດ້ຮັບຮູ້ ຮູບແບບປ່ຽນທັດສະ ນິຍະພາບ, ຄວາມສໍາຄັນ ແລະ ຄວາມແຕກຕ່າງລະຫວ່າງຮູບແບບຂອງສື່ຕ່າງໆ; ການຫາລາຍໄດ້ຜ່ານຮູບແບບຂອງສື່ຕ່າງໆ; ຮູບແບບການຫາລາຍໄດ້ ແລະ ການວິເຄາະຂໍ້ ມູນ; ການຜະລິດເນື້ອໃນຂ່າວໃສ່ສີໃນຍຸກດີຈິຕອລ; ການຊອກຫາລູກຄ້າຢູ່ໃນບັນດາສື່ດີຈິຕອລ ແລະ ການເຮັດທຸລະກິດແບບຊອກຫາສະຖິຕິລູກຄ້າ; ນອກຈາກນີ້, ສຳມະນາກອນຍັງຈະໄດ້ຝຶກຕົວຈິງໃນການສ້າງແຜນວາດທຸລະ ກິດຕົວແບບທີ່ເນັ້ນໃສ່ປັດໄຈຍຸດທະສາດຫຼັກທັງໝົດ, ໂດຍ ໃນນີ້ ລວມທັງ ສະຖິຕິລູກຄ້າ, ລະບົບການເຮັດວຽກ, ລາຍຮັບລາຍຈ່າຍ-ກິດຈະກໍາຕ່າງໆຂອງບໍລິສັດ ແລະ ກໍ່ຈະມີການນໍາສະເໜີແຜນທຸລະກິດ ແລະ ແຜນການຫາລາຍໄດ້, ຊຶ່ງບົດຮຽນຕ່າງໆທີ່ກ່າວມານີ້ ຈະກາຍເປັນພື້ນຖານໃນການຊອກຫາ ຫຼື ສ້າງແຫຼ່ງລາຍຮັບເຂົ້າສູ່ສໍານັກຂ່າວຂອງຕົນ.