ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ບໍລິສັດ BYD ຈາກ ສປ ຈີນ ໄດ້ເຊັນສັນຍາຊື້-ຂາຍທີ່ດິນກັບກຸ່ມບໍລິສັດ WHA ເຊີ່ງເປັນກຸ່ມພັດທະນານິຄົມອຸດສາ ຫະກໍາຂອງໄທ ເພື່ອສ້າງໂຮງງານຜະລິດລົດໄຟຟ້າ (EV) ທີ່ຈະກາຍເປັນຖານການຜະລິດແຫ່ງໃໝ່ໃນຂົງເຂດອາຊີຕາ ເວັນອອກສ່ຽງໃຕ້ ຫລື ອາຊຽນ, ມີເນື້ອທີ່ 96 ເຮັກຕາຢູ່ທາງທິດຕາເວັນອອກສ່ຽງເໜືອຂອງ ແຂວງລະຢອງ ເຊີ່ງເປັນສ່ວນໜຶ່ງຂອງປະຕູເສດຖະກິດພິເສດທາງທິດຕາເວັນອອກຂອງໄທທີ່ເປັນເຂດເສດຖະກິດພິເສດ, ຄາດວ່າຈະເລີ່ມທໍາການຜະລິດນັບແຕ່ປີ 2024 ໃນປະລິມານ 150.000 ຄັນຕໍ່ປີ ເຊີ່ງນອກຈາກຈໍາໜ່າຍໃນປະເທດໄທ ແລະ ປະເທດສະມາຊິກອາຊຽນ ຍັງຈະຈໍາໜ່າຍຢູ່ປະເທດອື່ນໃນພາກພື້ນຕື່ມອີກ.
ທ່ານ ຈາລິພອນ ຈາລຸກອນສາກຸນ ຜູ້ຮ່ວມກໍ່ຕັ້ງ, ທັງເປັນປະທານ ກຸ່ມບໍລິສັດ WHA ກ່າວວ່າ: ປະເທດ ໄທມີຈຸດ ປະສົງຈະຂະຫຍາຍລົດໄຟຟ້າ ໂດຍຈະຜະລິດໃຫ້ໄດ້ 30% ຂອງການຜະລິດລົດ ເປັນລົດໄຟຟ້າ ເຮັດໃຫ້ການເຂົ້າໄປປະເທດໄທຂອງ BYD ຈະຊ່ວຍເຮັດໃຫ້ອຸດສາຫະກໍາລົດຂອງໄທນັບມື້ກ້າວເຂົ້າສູ່ເປົ້າໝາຍທີ່ວາງໄວ້ ແລະ ຈະຊ່ວຍໃຫ້ໄທກາຍເປັນປະເທດໜຶ່ງທີ່ເປັນສູນກາງການຜະລິດລົດໄຟຟ້າໃນໂລກ. BYD ຫວັງວ່າເຕັກໂນໂລຊີໃນການຜະ ລິດລົດໄຟຟ້າ ຈະສາມາດພັດທະນາອຸດສາຫະກໍາລົດໄຟຟ້າໃນປະເທດ.
ເນື່ອງຈາກຕ່ອງໂຊ່ດ້ານອຸດສາຫະກໍາ ແລະ ເງື່ອນໄຂໄດ້ປຽບ ເຮັດໃຫ້ປະເທດໄທ ການຍເປັນຖານການຜະລິດລົດ ໄຟຟ້າທີ່ສໍາຄັນໃນອາຊຽນມາດົນນານ ແລະ ສາມາດດຶງດູດບໍລິສັດຜະລິດລົດຂອງຈີນເຂົ້າມາລົງທຶນແລ້ວ ເຊັ່ນ:
SAIC Motor และ Great Wall Motor ຕ່າງມີໂຮງງານຜະລິດລົດຂອງຕົນຢູ່ທີ່ປະເທດໄທ.
Cr: BT
Source: Xinhua
May be an image of outdoors